ພິທີມອບທືນການສຶກສາ 2020

video-preview

ມອບ-ຮັບໂຄງການເຕີມຄວາມຝັນແບ່ງປັນນ້ຳໃຈໃຫ້ນ້ອງນັກຮຽນປະຖົມສົມບູນໂພນສີນວນ

ໃນວັນທີ 10 ຕຸລາ 2020, ທາງບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ຈຳກັດ ຮ່ວມມືກັບ ກຸ່ມສະຖາບັນການເງິນ ດີຈີບີ ທີ່ເກົາຫຼີ ແລະ ສະຖານທູດເກົາຫຼີໃຕ້ ປະຈຳປ ສປປ ລາວ ໄດ້ຈັດພິທີມອບ-ຮັບເດີນໂຮງຮຽນ ແລະ ໂຄງການຊ່ວຍເຫຼືອສັງຄົມ ເຕີມຄວາມຝັນແບ່ງປັນນໍ້າໃຈໃຫ້ນ້ອງນັກຮຽນ ໂຮງຮຽນ ປະຖົມສົມບູນ ໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ, ພ້ອມດ້ວຍ ຜູ້ອຳນວຍການບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ, ມີພາກສ່ວນທີ່ກ່ຽວຂ້ອງ, ຄູ່ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ນອກຈາກນີ້, ໃນສົກປີ 2016, 2017, 2018 ທີ່ຜ່ານມາ ກໍໄດ້ສ້າງຫ້ອງຄອມພິວເຕີ, ສ້າງຫ້ອງອ່ານ, ໂຕະຕັ້ງ ແລະ ມອບຊຸດຄອມພິວເຕີ ລວມທັງອຸປະກອນການສຶກສາ ແລະ ກີລາ, ທາສີໂຮງຮຽນ ແລະ ໃສ່ແອ່ຈຳນວນ 3 ເຄື່ອງ ແລະ ໃນປີ 2019-2020 ໄດ້ສ້າງເດີ່ນກິລາ, ປ້າຍໂຮງຮຽນ, ກະດານຂ່າວ, ທາສີອາຄານຮຽນ, ສ້ອມແປງເພດ້ານ ພ້ອມພັດລົມ, ດອກໄຟໃນຫ້ອງຮຽນ, ສ້ອມແປງຕາໜ່າງເດີ່ນບານ ແລະ ເທພື້ນທາງເຂົ້າໂຮງຮຽນ.

ໃນໂອກາດນີ້, ທ່ານ ນາງ ພະນົມວຽງ ນ້ອຍຜີວພັນ ຜູ້ອຳນວຍການໂຮງຮຽນປະຖົມໂພນສີນວນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ກຸ່ມບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ຈຳກັດ ພ້ອມຄະນະທີ່ໄດ້ໃຫ້ການອຸ່ມຊູຊ່ວຍເຫຼືອໂຮງຮຽນຕະຫຼອດມາ, ພ້ອມທັງສິ່ງຕ່າງໆດັ່ງກ່າວນັ້ນ ເປັນສິ່ງສຳຄັນ ແລະ ເປັນປະໂຫຍດອັນໃຫຍ່ຫຼວງທີ່ສຸດໃຫ້ແກ່ ຄູ-ອາຈານ ແລະ ນ້ອງນັກຮຽນ ເພາະເປັນບາດກ້າວໜື່ງ ທີ່ໄດ້ມາເຕີມເຕັມຄວາມຮູ້ທີ່ທັນສະໄໝ, ທັງແທດເໝາະກັບການປະຕິບັດ 3 ຂໍ້ແຂ່ງຂັນ, 3 ລັກສະນະ ແລະ 5 ຫຼັກມູນ ຂອງການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ.