content-image

ເຖິງ: ລູກຄ້າທີ່ຮັກແພງ, ບັນດາຕົວແທນຈຳໜ່າຍ ແລະ ໝົດທຸກຄົນ,
ກ່ອນອື່ນໝົດ ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງຕໍ່ລູກຄ້າທີ່ຮັກແພງ ແລະ ບັນດາຕົວແທນຈຳໜ່າຍທຸກທ່ານສຳລັບຄວາມເຊື່ອໝັ້ນ, ການຊ່ວຍເຫຼືອ ແລະ ແຮງສະໜັບສະໜູນຕ່າງໆໃຫ້ແກ່ບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ເຖິງແມ່ນວ່າ ບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ຈະເປັນບໍລິສັດທີ່ສ້າງຕັ້ງຂື້ນໃໝ່ໃນ ສປປ ລາວ ແຕ່ເນື່ອງຈາກ ໄດ້ຮັບຄວາມສະໜັບສະໜູບຈາກລູກຄ້າຈື່ງເຮັດໃຫ້ ປັດຈຸບັນນີ້ ບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ໄດ້ກາຍເປັນບໍລິສັດ ເຊົ່າສິນເຊື່ອລົດຍົນຊັ້ນນຳ ແລະ ມີລູກຄ້າໃນທົ່ວປະເທດ.
ບໍລີສັດ ດີຈີບີ ເຊົ່າສິນເຊື່ອ ຈຳກັດ ເຮັດວຽກຢ່າງເຕັມທີ່ ເພື່ອທີ່ຈະໄດ້ໃຫ້ບໍລິການທີ່ດີທີ່ສຸດແກ່ລູກຄ້າ ເພາະຄວາມສຸກ ແລະ ຄວາມເພິ່ງພໍໃຈຂອງລູກຄ້າມກ່ອນເປັນອັນດັບທຳອິດສະເໜີ. ບໍລິສັດ ດີຈີບີ ລາວ ເຊົ່າສິິນເຊື່ອ ໄດ້ມີການສຶກສາຄົ້ນຄ້ວາ ຄວາມປາດຖະໜາຂອງລູກຄ້າເພື່ອຈະຊອກຫາແນວທາງ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າໃຫ້ທີ່ໃຫ້ດີທີ່ສຸດ.
ນອກຈາກນີ້, ເພື່ອໃຫ້ແນ່ໃຈວ່າ ລູກຄ້າຈະໄດ້ຮັບການບໍລິການທີ່ດີ, ສະນັ້ນ, ຄວາມສຸກ ແລະ ຄວາມສາມາດຂອງພະນັກງານກໍຖືວ່າເປັນອົງປະກອບທີ່ສຳຄັນເຊັ່ນດຽວກັນ. ບໍລິສັດເຊື່ອວ່າ ການທີ່ພະນັກງານມີຄວາມສຸກກໍຈະສາມາດສ້າງຜົນງານທີ່ດີທີ່ສຸດໃຫ້ບໍລິສັດ. ບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ຈຳກັດ ສົ່ງເສີມໃຫ້ພະນັກງານເຫັນຄວາມສຳຄັນດ້ານການໃຫ້ບໍລິການ ແລະ ເຕີບໂຕທາງດ້ານວິຊາຊີບຢ່າງຕໍ່ເນື່ອງ. ໃນອະນາຄົດອັນໃກ້ ບໍລິສັດ ດີຈີບີ ເຊົ່າສິນເຊື່ອ ຈະກ້າວໄປອີກບາດກ້າວໜື່ງ ເພື່ອກາຍເປັນບໍລິສັດສິນເຊື່ອທີ່ຄົບວົງຈອນ ແລະ ຈະພະຍາຍາມຢ່າງເຕັມທີ່ ເພື່ອສະໜັບສະໜູນການເຕີບໂຕທາງດ້ານເສດຖະກິດຂອງປະເທດລາວ ຈະມີສ່ວນຮ່ວມຕໍ່ການຊ່ວຍເຫຼືອສັງຄົມ, ກາຍເປັນຄູ່ຮ່ວມເສດຖະກິດທີ່ດີ ແລະ ສ້າງອະນາຄົດອັນດີງາມໄປພ້ອມກັນ, ຂໍໃຫ້ຄວາມສຸກຈົ່ງຢູ່ກັບທ່ານຕະຫຼອດໄປ! ຂອບໃຈ.