ບໍລິສັດ DGB Financial Group ເປີດຕົວໂຄງການອາສາລະດັບໂລກ 5ຄືນ 6ມື້ ໃນປະເທດລາວ

video-preview

ບໍລິສັດ DGB Financial Group ເປີດຕົວໂຄງການ ອາສາສະໝັກລະດັບໂລກ ຄັ້ງທີ່ 2 ເພື່ອການພັດທະນາທີ່ຍືນຍົງໃນລະກັບໂລກ. ພິທີດຳເນີນໂຄງການດັ່ງກ່າວໄດ້ຈັດຂື້ນໃນວັນທີ 31 ກໍລະກົດ 2018 ໃນເມືອງ Daegu Metropolitan ສ.ເກົາຫຼີ ເຊີ່ງໂຄງການອາສາສະໝັກທົ່ວໂລກຂອງ ບໍລິສັດ ດີຈີບີ (DGB) ມີສະມາຊິກອາສາສະໝັກເຂົ້າຮ່ວມ ຈຳນວນ 50 ຄົນ ລວມເຖິງ ຄະນະອຳນວຍການ ແລະ ພະນັກງານ ບໍລິສັດ DGB Financial Group ພ້ອມດ້ວຍອາສາສະໝັກທີ່ເປັນໜັກສຶກສາຈາກມະຫາວິທະຍາໄລ ທີ່ໄດ້ຜ່ານການຄັດເລືອກຈາກທາງມະຫາວິທະຍາໄລ Daegu ເຊິ່ງໄດ້ຮັບການສະໜັບສະໜູນຈາກ DGB ເຊັ່ນ: ວິທະຍາໄລ with-U College Student Service Corps, ຕົວແທນຂອງນັກສຶກສາ Daegu Bank University ແລະ ສະມາຄົມ Green Reporters ຂອງມະຫາວິທະຍາໄລ DGB.

video-preview

ບໍລິສັດ DGB Financial Group ໄດ້ເປີດຕົວໂຄງການ ດີຈີບີ ອາສາສະໝັກລະດັບໂລກຄັ້ງທີ່​ 1 ໃນເດືອນ ກໍລະກົດ 2017 ແລະ ປີນີ້ຈະເປັນການຈັດໂຄງການ ຄັ້ງທີ່ 2. ຜູ້ເຂົ້າຮ່ວມໂຄງການເດີນທາງອອກຈາກສະໜາມບີນສາກົນ Gimhae ໃນວັນທີ 01 ສິງກາ 2018 ເພື່ອເຂົ້າຮ່ວມໂຄງການອາສາສະໝັກໃນ ນະຄອນຫຼວງວຽງຈັນ ສປປ ລາວ ແລະ Bến Tre ປະເທດຫວຽດນາມ ແລະ ຈະເດີນງານກັບ ສ.ເກົາຫຼີ ໃນວັນທີ່ 10 ສິງຫາ 2018.

ໃນລະຫວ່າງການດຳເນີນໂຄງການໃນລາວ ທີມອາສາສະໝັກ ດີຈີບີ ໄດ້ມີການເຄື່ອງໄຫວຫຼາຍໆກິດຈະກຳເພື່ອປັບປຸງສະພາບແວດລ້ອມທາງດ້ານການສຶກສາ ໃຫ້ແກ່ໂຮງຮຽນປະຖົມສົມບູນໂພນສີນວນ ເຊິ່ງປີທີ່ຜ່ານມາ ທີມອາສາສະໝັກໄດ້ບໍລິຈາກເຄື່ອງຂອງ ແລະ ສ້າງຫ້ອງຮຽນໃໝ່ໃຫ້ທາງໂຮງຮຽນ ແລະ ປີນີ້ ກໍ່ໄດ້ມີການສ້າງຫ້ອງສະມຸດ, ບໍລິຈາກປື້ມ 50ຫົວ ແລະ ໂຕະ, ຕັ່ງ ໃຫ້ແກ່ໂຮງຮຽນເຊັນດຽວກັນ. ຫ້ອງສະໝຸດຖືກປະດັບປາດາໃຫ້ມີຄວາມສວຍງາມໂດຍທີມງານອາສາສະໝັກ. ນອກຈາກນີ້, ທີມອາສາສະໝັກຍັງມີສ່ວນໃນການຕົບແຕ່ງສ່ວນດອກໄມ້, ປັບປຸງພື້ນທີ່ບໍລິເວນໂຮງຮຽນທີ່ມີນໍ້າຖ້ວມໂດຍການສ້າງຂົວຂ້າມ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກຮຽນໃນລະຫວ່າງການດຳເນີນກິດຈະກຳຕ່າງໆ.

video-preview

ທີມອາສາສະໝັກ DGB Global ໄດ້ກຽມໃຫ້ຄວາມຮູ້ດ້ານສຸຂະອະນາໄມ ແລະ ວັດທະນະທຳ ສຳລັບນັກຮຽນ ແລະ ຈະໃຊ້ເວລາຮ່ວມກັນເພື່ອຈັດຊັ້ນຮຽນ ແລະ ດຳເນີນກິດຈະກຳດ້ານການສຶກສາ ແລະ ວັດທະນະທຳດ້ານສຸຂະອະນາໄມທີ່ຈຳເປັນ, ກົງກັບຄວາມຕ້ອງການຂອງນັກຮຽນ ຕະຫຼອດຮອດ ການເສີມສ້າງຄວາມສຳພັນທາງດ້ານວັດທະນະທຳລະຫວ່າງ 2 ປະເທດ.

ນອກຈາກນີ້, ທີມອາສາສະໝັກໄດ້ມີການລົງຢ້ຽມຍາມ “LaoJBrothers Baseball Team” ເຊິ່ງເປັນທີມກິລາ Baseball ທີມທຳອິດຂອງລາວ, ເພື່ອທີ່ຈະດຳເນີນກິດຈະກຳຈິດອາສາ ແລະ ເພື່ອວາງແຜນໂຄງການຕ່າງໆເຊັ່ນ: ທາສີກຳແພງ, ໃຫ້ຄວາມຮູ້ທາງດ້ານສຸຂະອະນາໄມໃຫ້ແກ່ສະມາຊິກສະໂມສອນ Baseball ຈຳນວນ 30 ຄົນ. ອີກຢ່າງໜື່ງ, DGB Social Contribution Foundation ຍັງສະໜັບສະໜູນ ຄ່າໃຊ້ຈ່າຍທີ່ຈຳເປັນໃຫ້ກັບນັກກິລາ Baseball ທີ່ຈະເຂົ້າຮ່ວມການແຂ່ງຂັນອາຊຽນເກມທີ່ຈະມາຮອດໃນນາມຕົວແທນຂອງປະເທດລາວ.

video-preview

ທ່ານ Lee Man Soo ຄູສອນກິລາ Baseball ຄົນທຳອິດຂອງທີມ “LaoJBrothers Baseball Team” ທ່ານ Lee Man Soo ບໍພຽງແຕ່ເປັນຜູ້ຫຼີ້ນກິລາ Baseball ລະດັບຕຳນານຂອງທີມ Samsung Lions ບໍ່ພຽງເທົ່ານັ້ນ ແຕ່ລາວຍັງເປັນອະດີດຄູສອນຂອງ SK Wyverns ໃນ ສ.ເກົາຫຼີ ອີກດ້ວຍ. ທ່ານ Lee Man Soo ເປັນຄົນທຳອິດທີ່ນຳກິລາ Baseball ເຂົ້າມາໃນປະເທດລາວ ແລະ ໃນປີນີ້ ອາຊຽນເກມ ລາວຍັງມີບົດບາດສຳຄັນໃນການສະໜັບສະໜູນທີມ Baseball ແຫ່ງຊາດອີກດ້ວຍ ປັດຈຸບັນ ທ່ານ Lee Man Soo ໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະຫະພັນ Baseball ລາວ ດ້ວຍເຫດນີ້, ຮູບທ່ານ Lee Man Soo ຈື່ງໄດ້ຕິດຕັ້ງຮູບຂອງທ່ານທີ່ສະໜາມກິລາ Baseball ແລະ ເປັນພິທີ່ເປີດຕົວພ້ອມທັງປູກ "ຕົ້ນໄມ້ແຫ່ງການເຕີບໂຕຮ່ວມກັນ" ເພື່ອເປັນສັນຍາລັກການຢູ່ຮ່ວມລະຫວ່າງ LaoJBrother ແລະ ບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ຈຳກັດ.

“ບໍລິສັດ DGB Financial Group ເປັນໜື່ງໃນບໍລິສັດທີ່ເຕີບໂຕທັງພາຍໃນ ແລະ ຕ່າງປະເທດ ມາຫຼາຍກວ່າເຄິ່ງສະຕະວັດ ດ້ວຍປັດສະຍາການບໍລິຫານ ຈັດການ ຄືຄວາມມຸ່ງໝັ້ນ ແລະ ຄວາມຈະເລີນຮຸ່ງເຮື່ອງຂອງປະເທດ ທີ່ຈະໃຫ້ບໍລິການທີ່ໃກ້ສິດຍິ່ງຂຶ້ນພ້ອມຜົນປະໂຫຍດທີ່ຫຼາຍຂື້ນແກ່ໂລກພາຍນອກ ແລະ ບໍລິສັດ ຈະສືບຕໍ່ດຳເນີນການບໍລິຫານຈັດການທີ່ຍືນຍົງຕໍ່ໄປ ໃນອີກ 100 ປີຂ້າງໜ້າ ຈະກາຍເປັນຜູ້ນຳໃນການຂະຫຍາຍທຸລະກິດ ແລະ ກີດຈະກຳອາສາສະໝັກໃນຕ່າງປະເທດ” ເຊິ່ງເປັນຄຳເວົ້າຂອງ ປະທານບໍລິສັດ DGB Financial Group ທີ່ໄດ້ກ່າວໄວ້.