Company Overview

video-preview

“ບໍລິສັດ ດີຈີບີ ລາວ ເຊົ່າສີນເຊື່ອ ຈຳກັດ” ເປັນບໍລິສັດທີ່ສ້າງຕັ້ງຂື້ນໃນປີ 2016 ເຊິ່ງເປັນການຮ່ວມທືນລະຫວ່າງ ບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ຈຳກັດ ທີ່ຖືຫຸ້ນ 90% ແລະ ບໍລິສັດ ລ້ານຊ້າງ ເຊົ່ນສິນເຊື່ອ ຈຳກັດ ເຊິ່ງຖືຫຸ້ນ 10%.

ບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ຈຳກັດ ມີຄວາມມຸ່ງໝັ້ນທີ່ຈະກາຍມາເປັນໜື່ງໃນບໍລິສັດ ສິນເຊື່ອ ຊັ້ນນຳຂອງໂລກດ້ວຍຄຳຂວັນທີ່ວ່າ "ພ້ອມທີ່ຈະເຕີບໂຕໄປກັບລູກຄ້າ" ແລະ ເປັນບໍລິສັດຍ່ອຍຂອງ DGB Financial Group ໃນ ສ.ເກົາຫຼີ (www.dgbfg.co.kr) ກັບ 7 ບໍລິສັດຍ່ອຍຄື DGB Daegu Bank, DGB Capital, DGB Life, DGB Asset Management, DGB U Pay, DGB Data System ແລະ DGB Credit information. ການດຳເນີນທຸລະກິດຫຼັກ ສ່ວນຫຼາຍແມ່ນ ເປັນຜູ້ໃຫ້ເຊົ່າ ສິ່ງອຳນວຍຄວາມສະດວກ (ສິນເຊື່ອ), ສິນເຊື່ອຜ່ອນຊຳລະ, ສິນເຊື່ອລົດຍົນ, ສິນເຊື່ອນິຕິບຸກຄົນ, ສິນເຊື່ອສ່ວນບຸກຄົນ ແລະ ການເງິນທຸລະກິດແບບເຕັກໂນໂລຊີໃໝ່.

ບໍລິສັດ ລ້ານຊ້າງ ເຊົ່າສິນເຊື່ອ ຈຳກັດ ເປັນບໍລິສັດ ເຊົ່າສິນເຊື່ອ ຂະໜາດໃຫຍ່ໃນລາວ ທີ່ສ້າງຕັ້ງຂື້ນໃນປີ 2013 ແລະ ມີປະສົບການດ້ານການໃຫ້ສິນເຊື່ອລົດ ທັງລົດໃໝ່ ແລະ ລົົດມືສອງໃນທົ່ວປະເທດ.

ດ້ວຍປະສົບການອັນຍາວນານໃນການດຳເນີນງານທຸລະກິດດ້ານການເງິນຂອງ DGB Capital ແລະ ການເຮັດວຽກຮ່ວມກັບຜູ້ຊ່ຽວຊານ ບໍລິສັດສິນເຊື່ອລົດຍົນ, ບໍລີສັດ ດີຈີບີ ລາວ ເຊົ່າສິນເຊື່ອ ແມ່ນໄດ້ນຳວິທີການຕ່າງໆທີ່ດີທີ່ສຸດ ແລະ ມີຄວາມເພິ່ງພໍໃຈທີ່ຈະໃຫ້ບໍລິການດ້ານການເງິນທີ່ດີແກ່ລູກຄ້າ ໃນ ສປປ ລາວ ເຊິ່ງໃນປັດຈຸບັນ ບໍລິສັດ ດີຈີບີ ລາວ ເຊົ່າສິນເຊື່ອ ໄດ້ເປີດໃຫ້ບໍລິການເຊົ່າສິນເຊື່ອ ລົດຍົນໃຫ້ແກ່ລູກຄ້າໃນທົ່ວປະເທດ.

ພວກເຮົາເຊື່ອວ່າ ການຍື່ນເອກະສານເຊົ່າສິນເຊື່ອທີ່ງ່າຍ, ອະນຸມັດໄວ ແລະ ການຊຳລະເງິນທີ່ສະດວກວ່ອງໄວ ໄປພ້ອມກັບການບໍລິການລູກຄ້າທີ່ມີຄຸນນະພາບ ແລະ ທີມງານຜູ້ທີ່ມີຄວາມຊ່ຽວຊານ ທາງດ້ານການເຮັດວຽກ, ບໍລີສັດ ດີຈີບີ ລາວ ເຊົ່າສິນເຊື່ອ ຈຳກັດ ຈະເປັນສະຖາບັນການເງິນ ລະດັບຊັ້ນນຳມີການເຂົ້າເຖິງທຸກໆພາກພື້ນ, ອຸທິດຕົນເພື່ອຮັບຜິດຊອບທຸກໆ ຄວາກຮຽກຮ້ອງຕ້ອງການຂອງລູກຄ້າ ແລະ ຄວາມຮັບຜິດຊອບທາງສັງຄົມໂດຍຜ່ານການຈະເລີນເຕີບໂຕແບບໝັ້ນຄົງ.