ຫໍສະໝຸດແຫ່ງຄວາມຮັກ

video-preview

“ຫໍສະໝຸດແຫ່ງຄວາມຮັກ” ການສົມທົບທືນຊ່ວຍເຫຼືອລະຫວ່າງ DGB Financial Group, DGB Lao Leasing Co., Ltd. ໃຫ້ແກ່ໂຮງຮຽນປະຖົມສົມບູນໂພນສີນວນ, ນະຄອນຫຼວງວຽງຈັນ ສປປ ລາວ ເຊີ່ງໂຮງຮຽນແຫ່ງນີ້ສ້າງຕັ້ງຂື້ນໃນວັນທີ 08 ສິງຫາ 2018.

ອາສາສະໝັກຈາກບໍລິສັດ DGB Global ຈຳນວນ 50 ຄົນໄດ້ເຂົ້າຮ່ວມໂຄງການ, ໂຄງການນີ້ໃຊ້ໄລຍະເວລາການດຳເນີນການ 6ມື້ 5ຄືນ ໃນ ສປປ ລາວ. ກຸ່ມອາສາສະໝັກ ຈາກບໍລິສັດ DGB Global ໄດ້ມີການຈັດກິດຈະກຳຫຼາກຫຼາຍທີ່ຈະຊ່ວຍສົ່ງເສີມ ການສຶກສາໃຫ້ແກ່ໂຮງຮຽນປະຖົມສົມບູນໂພນສີນວນ. ໃນປີ 2017 ທີມອາສາສະໝັກໄດ້ມີການສ້າງຫ້ອງຄອມພິວເຕີ ພ້ອມທັງໄດ້ມີການບໍລິຈາກ ຄອມພິວເຕີ ແລະ ອຸປະກອນ ເພື່ອການສຶກສາໃຫ້ທາງໂຮງຮຽນ ເຊີ່ງໃນປີນີ້ທາງ DGB Global ກໍໄດ້ມີການສ້າງຫ້ອງສະໝຸດ ແລະ ບໍລິຈາກປື້ມ 100 ຫົວ, ພ້ອມດ້ວຍໂຕະຮຽນໜັງສື 50 ຊຸດໃຫ້ແກ່ໂຮງຮຽນ.

ອຸປະກອນເພື່ອການສຶກສາສຳລັບໂຮງຮຽນໃນປີນີ້ ທີມງານອາສະໝັກ ກໍໄດ້ມີການສ້າງຫ້ອງສະໝຸດ ແລະ ບໍລິຈາກປື້ມ 100 ຫົວພ້ອມດ້ວຍ ໂຕະຮຽນໜັງສື 50 ຊຸດໃຫ້ແກ່ໂຮງຮຽນ. ນອກຈາກນີ້, ທີມງານອາສາສະໝັກກໍ່ໄດ້ພາກັນຕົບແຕ່ງສ່ວນດອກໄມ້ ແລະ ໄດ້ການປັບປຸ່ງບູລະນະອ້ອມຮອບບໍລິເວນໂຮງຮຽນໂດຍການສ່້າງຂົວຂ້າມບໍລິເວນທີ່ນໍ້າຖ້ວມເພື່ອເປັນສິ່ງອຳນວຍຄວາມສະດວກໃຫ້ແກ່ນັກຮຽນໃນການເຮັດກິດຈະກຳຕ່າງໆ.